SAFE ZONE feat. Joun JK (Official Visualizer)

preview_player
Показать описание
Song : SAFE ZONE
Artist : OOPS x Joun J-K
Album : 10PM
Produced : Phousy Keovongsa
Author : Bounthavy Sengsavang, Joun J-K
Visualizer Video : Kiengkay Xayavong, Xaysana Keomanysone
Mixed&Mastered : Phousy Keovongsa
Studio : Tension Lab

Lyrics:
(ຕໍ່ຈາກນີ້ໄປຂ້ອຍຄົງຕ້ອງຢູ່ຄົນດຽວ ແລະ
ຕ້ອງເຈັບຕໍ່ໄປຄົນດຽວ ຕ້ອງທົນກັບຄວາມຮູ້ສຶກ
ທີ່ເຈົ້າໄດ້ເຄີຍຖິ້ມເອົາໄວ້ ລົບໄປເທົ່າໃດກໍ່ຕາມ
ພາບເຈົ້າມັນກໍ່ຍັງກັບຄືນມາ...ຢູ່ບ່ອນນີ້)
JK : ພາຍະຍາມຈະລົບຈະເລືອນແຕ່
ເຈົ້າຍັງຄົງວົນວຽນກັບມາ
ທຳຮ້າຍໃນຄວາມຮູ້ສຶກ
ທີ່ບາດລຶກຢູ່ໃນຫົວໃຈ
ຄວາມເປັນຈິງທີ່ມີກໍ່ຮູ້ຢູ່
ເຮົາທັງສອງ ບໍ່ອາດຈະຫວນຄືນ
ຍ້ອນເວລາກັບໄປ ແຕ່ມັນກໍ່ຍັງບໍ່ມີຫົນທາງ
# ຕໍ່ຈາກນີ້ໄປຂ້ອຍຄົງຕ້ອງຢູ່ຄົນດຽວ ແລະ
ຕ້ອງເຈັບຕໍ່ໄປຄົນດຽວ ຕ້ອງທົນກັບຄວາມຮູ້ສຶກ
ທີ່ເຈົ້າໄດ້ເຄີຍຖິ້ມເອົາໄວ້ ລົບໄປເທົ່າໃດກໍ່ຕາມ
ພາບເຈົ້າມັນກໍ່ຍັງກັບຄືນມາ...ຢູ່ບ່ອນນີ້
## ຂ້ອຍເລີຍຕ້ອງສ້າງຈິນຕະນາການ
ທີ່ມີເຈົ້າຢູ່ໃນນັ້ນ
ເຮັດໃຫ້ມັນກັບໄປເປັນວັນເກົ່າໆ
ທີ່ມີເຮົາຢູ່ດ້ວຍກັນ
ເຖິງມັນຈະເປັນພຽງຄວາມສຸກ
ທີ່ຢູ່ໃນຄວາມທຸກ ກໍ່ຕາມ
ຂ້ອຍພ້ອມຈະຍອມຮັບມັນ...
JK : ຄົງເປັນເພາະສັນຍາຈຳທີ່ເຈົ້າໄດ້ເຮັດແລະສ້າງໄວ້
ມັນຝັງຮາກ ມັນສຽບແທງໄປໃນສ່ວນເລິກຂອງຫົວໃຈ
ຂ້ອຍຈຶ່ງຕ້ອງທົນຕ້ອງຢູ່ ເຖິງຮູ້ວ່າຕ້ອງເຈັບ
ແຕ່ມັນຍັງເກັບເລື່ອງລາວດີໆທີ່ເຮົານັ້ນມີບໍ່ຍອມໃຫ້ຈາງຫາຍ
ມະໂນວ່າມີເຈົ້າຢູ່ຂ້າງໆບໍ່ຫ່າງຂ້ອຍໄປໃສ
ມະໂນວ່າເຮົາຍັງຮັກກັນດີຍັງມີເຈົ້າຢູ່ຄຽງຂ້າງກາຍ
ມະໂນວ່າຂ້ອຍຍັງຄົງໄດ້ຍິນ
ຄຳວ່າຮັກທີ່ເຮົາເຄີຍຊິນ
ຮອຍຍິ້ມທີ່ເຈົ້າເຄີຍໃຫ້ມັນກໍ່ຍັງຄົງມີຄວາມຫມາຍ...
(## x2)
ຕໍ່ຈາກນີ້ໄປ ຂ້ອຍຄົງ ຕ້ອງຢູ່ຄົນດຽວແລະ
JK : (ຂ້ອຍຄົງ ຕ້ອງທົນ ຕ້ອງຝືນ ຕ້ອງຢູ່)
ຕ້ອງເຈັບ ຕ້ອງທົນ ກັບຄວາມຮູ້ສຶກ
JK : (ເຖິງມັນຈະເຈັບກໍ່ຕ້ອງໄດ້ຢູ່ ທຸກໆຢ່າງມັນຍັງຄົງຢູ່)
ທີ່ເຈົ້າໄດ້ຖິ້ມ ເອົາໄວ້ ໃຫ້ມັນເປັນພຽງຄວາມສຸກ
ໃນຄວາມທຸກ...
JK : ຍັງມີເຈົ້າຢູ່ຫຼົງເຫຼືອໃນຈິນຕະນາການ
ຂ້ອຍຍັງມີເຈົ້າຫຼົງເຫຼືອໃນຈິນຕະນາການ
ເຮົາຍັງມີກັນມັນຝັງໃນຈິນຕະນາການ
ເລື່ອງລາວຂອງເຮົາມັນຫຼອນໃນຈິນຕະນາການ
Рекомендации по теме
Комментарии
Автор

Thuek phleng ni tok doi bor hu tooo ngueee~~~ 💘

Barblobfo
Автор

ເມື່ອຄວາມສຳພັນຈົບລົງ ຄວາມຊົງຈຳກໍເລີ້ມທຳງານ
ແຕ່ຕອນນີ້ໄດ້ພຽງຈິນຕະນາການ
ເວລາເຈົ້າເຫງົາ ເຈົ້າເສົ້າ ໃຫ້ເບີ່ງພະຈັນຈະມີຂ້ອຍຂຽງຂ້າງ
ສ່ວນຂ້ອຍທາງນີ້ ບໍ່ໄດ້ຮູ້ສຶກເຫງົາ ເພາະຂ້ອຍມີເຈົ້າໃນຈິນຕະນາການ

ຂໍໃຫ້ໂລກນີ້ໃຈດີກັບເຈົ້າ ນ້ອຍໜຶ່ງກໍຍັງດີ
ສຸດທ້າຍນີ້ ຂໍໃຫ້ເຈົ້າມີຄວາມສຸກ Lonely Voyager

lonelyvoyager
Автор

Fung trn karng khuen khod dai feel lery 😢😥 ☹️muan2

dolapsw
Автор

เพราะมากค้าบ มีคอร์ดมั้ย อยากเอาไปหัดร้อง

JeromeSaising